Language: 
LA EN



                                                                       
   HomeProjectsContact USAbout LaoForum
 





 </ 

ຂໍພຽງໂອກາດ

   ຫຼານຊື່ ນາງ ຄູນມີ ຄຳພັນ ອາຍຸ 14 ປີ ປັດຈຸບັນກຳລັງຮຽນຢູ່ຫ້ອງ ປ5 ທີ່ໂຮງຮຽນປະຖົມສົມບູນ ໜອງກະລັ່ອງ, ບ້ານໜອງກະ ລັ່ອງ, ເມືອງຈຳພອນ, ແຂວງສະຫວັນນະເຂດ.
   ເຮືອນຫຼານຕັ້ງຢູ່ໃກ້ກັບທົ່ງນາ ບ້ານໜອງເປັດ, ແຕ່ກ່ອນຄອບຄົວຂອງຫຼານມີຢູ່ທັງໝົດ 8 ຄົນລວມທັງພໍ່ ແລະ ແມ່,​ ແຕ່ປັດຈຸບັນນີ້ ຫຼານອາໃສຢູ່ນຳແມ່ທີ່ພິການຕາເບື້ອງໜຶ່ງ ແລະ ເອື້ອຍຜູ້ທີ 5, ສ່ວນພໍ່ຂອງຫຼານແມ່ນເສຍຊີວິດແລ້ວ,​ ອ້າຍຜູ້ທີ 1 ແຕ່ງງານ ແລ້ວ ເອົາເອື້ອຍຜູ້ທີ 4 ໄປຢູ່ນຳ, ສ່ວນອ້າຍຜູ້ທີ 2 ແມ່ນໄປຮັບຈ້າງເປັນກຳມະກອນຢູ່ໃນບ້ານ ແລະ ເອື້ອຍຜູ້ທີ 3 ອອກຈາກບ້ານ ແລ້ວບໍ່ ກັບມາເລີຍ.
   ຄອບຄົວຂອງຫຼານທຸກຈົນຫຼາຍ ບໍ່ມີນາໃຫ້ເຮັດ, ບໍ່ມີໄຟຟ້າໃຊ້, ບໍ່ມີນ້ຳປະປາໃຊ້ ແລະ ບໍ່ມີເຮືອນຢູ່ແບບຖາວອນ. ພາຍໃນຄອບຄົວ ບໍ່ໄດ້ຢູ່ຮ່ວມໜ້າກັນແບບອົບອຸ່ນຄືແຕ່ກ່ອນ ສາເຫດກໍ່ຍ້ອນຄວາມທຸກຈົນ ແລະ ການຈາກໄປຂອງພໍ່ຜູ້ທີ່ເປັນເສົາຫຼັກໃຫ້ກັບຄອບຄົວ. ເພາະສະນັ້ນທຸກຄົນຕ້ອງໄດ້ອອກໄປຊອກຢູ່ຫາກິນເພື່ອຫາລ້ຽງຊີວິດ ແລະ ອານາຄົດຂອງຕົນເອງໃຫ້ດີຂຶ້ນ.
 
         

   ສາເຫດທີ່ແມ່ຕາບອດ ຍ້ອນຄວາມໂຊກຮ້າຍໃນຂະນະທີ່ແມ່ກຳລັງຕັດໄມ້ເອົາມາດັງໄຟ ເພື່ອທີ່ຈະແຕ່ງກິນໃຫ້ລູກໆກິນນັ້ນ, ໄມ້ທີ່ແມ່ ກຳລັງຕັດນັ້ນໄດ້ກະເດັນຖືກຕາເບື້ອງຊ້າຍຂອງເພິ່ນຢ່າງແຮງ. ດ້ວຍຄວາມທຸກຈົນຫຼາຍ, ລຳບາກບໍ່ມີເງິນທີ່ຈະໄປຮັກສາຢູ່ໂຮງໝໍໃຫຍ່ ຈຶ່ງໄດ້ພຽງແຕ່ໄປຊື້ຢາຢູ່ໃນບ້ານມາທາ ແລະ ກິນເພື່ອບັນເທົາອາການເຈັບເທົ່ານັ້ນ, ຫຼັງຈາກນັ້ນຕໍ່ມາບໍ່ດົນຕາເບື້ອງນັ້ນຂອງແມ່ກໍ່ເບິ່ງບໍ່ ເຫັນ (ບອກສະນິດຂ້າງໜຶ່ງ). ປັດຈຸບັນແມ່ຂອງຫຼານກໍ່ເຖົ້າແກ່ແລ້ວ,​ ການໄປມາກໍ່ບໍ່ສະດວກ, ເພິ່ນບໍ່ສາມາດທີ່ຈະໄປຮັບຈ້າງ ຫຼື ເຮັດ ວຽກໄດ້ຄືແຕ່ກ່ອນແລ້ວ ທຸກມື້ນີ້ມີພຽງເອື້ອຍຜູ້ທີ 5 ແລະ ຫຼານເອງຊ່ວຍກັນເຮັດສວນ,​ ຮັບຈ້າງກ່ຽວເຂົ້າ ແລະ ວຽກອື່ນໆ ທີ່ເຮັດໄດ້ ຕາມໝູ່ບ້ານ.
   ຄ່າແຮງງານຈາກການຮັບຈ້າງແມ່ນ 20.000 ກີບຕໍ່ມື້,​ ບາງຄັ້ງກໍ່ບໍ່ໄດ້ຮັບເງິນຄ່າຈ້າງ ແຕ່ໄດ້ເຂົ້າ ຫຼື ອາຫານເປັນຄ່າຕອບແທນ. ການຮັບຈ້າງກໍ່ບໍ່ໄດ້ໄປທຸກມື້ ເພາະຫຼານຕ້ອງໄດ້ໄປໂຮງຮຽນ ແລະ ຕ້ອງໄດ້ເບິ່ງແຍງແມ່ທີ່ພິການ. ເງິນທີ່ໄດ້ມາຈາກການຮັບຈ້າງກໍ່ ເພື່ອເອົາມາຊື້ອາຫານ ແລະ ອຸປະກອນການຮຽນເຊັ່ນ: ປຶ້ມ, ບິກ ແຕ່ ກໍ່ບໍ່ພໍໃຊ້, ບາງມື້ບໍ່ມີເຂົ້າ ແລະ ອາຫານກິນກໍ່ໄປຊອກຫາມັນຕົ້ນ, ໜໍ່ໄມ້ມາໜຶ້ງ ຫຼື ຕົ້ມໃຫ້ແມ່ກິນແທນເຂົ້າ.

         

    ເຮືອນຂອງຫຼານ ຫ່າງຈາກໂຮງຮຽນ ປະມານ 7 ກິໂລແມັດ, ຫຼານຍ່າງໄປໂຮງຮຽນຕັ້ງແຕ່ຮຽນຢູ່ຫ້ອງ ປ1 ຫາ ປ3, ຫຼັງຈາກທີ່ ຫຼານຮຽນຮອດຫ້ອງ ປ4 ອ້ານຜູ້ທີ 2 ເຫັນຄວາມລຳບາກແຕ່ດົນແລ້ວ ເມື່ອເຮັດວຽກໄດ້ເງິນຈາກການຮັບຈ້າງເປັນກຳມະກອນນັ້ນກໍ່ໄດ້ ຊື່ລົດຖີບເກົ່າຂອງຄົນໃນບ້ານໃຫ້ຫຼານ ເພື່ອໃຫ້ຂີ່ໄປໂຮງຮຽນ, ຫຼັງຈາກໄດ້ລົດຖີບແລ້ວຫຼານກໍ່ມີຄວາມສະດວກຄື: ໃຊ້ເວລາເດີນທາງ ໄປໂຮງຮຽນນ້ອຍລົງປະມານ 1 ຊົ່ວໂມງ ກໍ່ຮອດໂຮງຮຽນ. ແຕ່ບາງຄັ້ງຖ້າຕີນລົດຮົ່ວ ຫຼື ເປ່ເພກໍ່ເຮັດໃຫ້ຫຼານລຳບາກບໍ່ມີເງິນທີ່ຈະໄປ ແປງ ຕ້ອງໄດ້ຈູງຍ່າງໄປໂຮງຮຽນນຳ ເພື່ອເອົາໄປແປງຢູ່ໃນບ້ານ ໂດຍອາໃສຂໍເງິນນຳອ້າຍຜູ້ທີ 2 ໄປແປງລົດ ແຕ່ບາງເທື່ອອ້າຍ ລາວກໍ່ບໍ່ມີເງິນໃຫ້ ຫຼານກໍ່ຕ້ອງຂໍຕິດໜີ້ກ່ອນຫຼັງຈາກນັ້ນ ມື້ພັກໂຮງຮຽນຫຼານກໍ່ໄປຫາຮັບຈ້າງເພື່ອເອົາເງິນໄປໃຊ້ຄ່າແປງລົດເອງ. ທຸກໆມື້ຫຼານ ແລະ ເອື້ອຍຕື່ນນອນແຕ່ 4 ໂມງເຊົ້າ, ໄປໜຶ້ງເຂົ້າ, ເຮັດວຽກເຮືອນ, ຫົດສວນຜັກ ແລະ ແຕ່ງກິນໃຫ້ແມ່ ຫຼັງຈາກນັ້ນ,​ 6 ໂມງ ກໍ່ເດີນທາງໄປໂຮງຮຽນ ເມື່ອເລີກໂຮງຮຽນແລ້ວ,​ ກໍ່ກັບມາເຮືອນໄປຫົດສວນນຳເອື້ອຍ ແລະ ແຕ່ງກິນໃຫ້ແກ່ກິນ.
   ໃນບາງຄັ້ງຫຼານອາດຈະທໍ້ແທ້ຕໍ່ສິ່ງຕ່າງໆເລົ່ານັ້ນກໍ່ຕາມ,​ ແຕ່ບໍ່ເຄີຍຄິດທີ່ຈະທໍ້ຖອຍ. ສະນັ້ນ, ເຖິງຢ່າງໃດກໍ່ຕາມຈະຂໍສູ້ຊີວິດເພື່ອ ຕົນເອງ ແລະ ຄອບຄົວ ເພື່ອອານາຄົດທີ່ສົດໃສກວ່າເດີມ.
   ຄວາມຝັນຂອງຫຼານແມ່ນຢາກເຫັນນາງພະຍາບານ ເພື່ອມາຮັກສາຄົນເຈັບໃຫ້ມີຊີວິດຢູ່ລອດ ພ້ອມກັບແກ້ໄຂຊີວິດໃນຄອບຄົວໃຫ້ດີ ຂຶ້ນ. ຖ້າຫຼານໄດ້ເປັນນາງພະຍາບານຕາມຄວາມຝັນແລ້ວ, ຫາກຄົນເຈັບບໍ່ມີເງິນທີ່ຈະຮັກສາ ຫຼານຈະຮັກສາໃຫ້ໂດຍທີ່ບໍ່ເອົາເງິນນຳ ກໍລະນີທີ່ມີເງື່ອນໄຂທີ່ຈຳເປັນດັ່ງກ່າວນີ້, ເພາະຫຼານບໍ່ຢາກໃຫ້ຄົນທີ່ເຈັບນັ້ນບໍ່ມີໂອກາດທີ່ຈະປິ່ນປົວ, ເຂົ້າຮັກສາຄືແມ່ຂອງຫຼານ.

ຊີວິດເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນຄົນດີໄດ້ ຂໍພຽງໂອກາດ



Copyright© EDF-Lao                                                                                                                                                 
335/25 Sibounheuang 26 road, Sibounheuang Village, Chanthabouly District, Vientiane Capital, Lao PDR,               
P.O.Box 7337, Tel/Fax: +856 21 222720, Tel: +856 21 240300, E-mail: info@edflao.org